ພາກວິຊາໄຟຟ້າ-ເອເລັກໂຕຣນິກ-PTC

ພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ ໄດ້ຈັດກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວແຂວງ ປະຈຳປີ 2024 ໂດຍໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ປອ ສໍາລານ ພັນຄະວົງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ພູວົງ ບຸນຊູ ຮອງເຈົ້າແຂວງວຽງຈັນ



    
ໃນວັນທີ 20-21 ກຸມພາ 2025 ທີ່ຫ້ອງປະຊຸມ ຫ້ອງວ່າການເມືອງຊະນະຄາມ ແຂວງວຽງຈັນ ພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ ໄດ້ຈັດກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວແຂວງ ປະຈຳປີ 2024 ໂດຍໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ປອ ສໍາລານ ພັນຄະວົງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ພູວົງ ບຸນຊູ ຮອງເຈົ້າແຂວງວຽງຈັນ, ທ່ານ ປອ ຄໍາ ຂັນທະວີວອນ ວ່າການແທນຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງວຽງຈັນ, ມີທ່ານຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ 11 ເມືອງ, ຜູ້ອໍານວຍການໂຮງຮຽນ ຫົວໜ້າຂະແໜງ, ຫົວໜ້າສູນ ແລະ ຫົວໜ້າຫໍສະໝຸດ ພາຍໃນພະແນກສຶກສາທິການ ແລະ ກິລາແຂວງ, ພະນັກງານວິຊາການ ພ້ອມແຂກຖືກເຊີນເຂົ້າຮ່ວມ.
    ໃນກອງປະຊຸມ ໄດ້ຮັບຟັງບົດລາຍງານຜົນສຳເລັດການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການສຶກສາ ແລະ ກິລາ ປະຈໍາປີ 2024, ຄາດໝາຍສູ້ຊົນ ແລະ ແຜນວຽກຈຸດສຸມ ປະຈໍາປີ 2025, ຮັບຟັງການລາຍງານຂອງບັນດາຂະແໜງການ, ຫ້ອງການສຶກສາທິການ ແລະ ກິລາເມືອງ ແລະ ຜູ້ອໍານວຍການໂຮງຮຽນທັງມັດທະຍົມຕອນຕົ້ນ ແລະ ມັດທະຍົມຕອນປາຍ. ພ້ອມດຽວກັນນີ້ ໃນກອງປະຊຸມ ຍັງໄດ້ຕົກລົງເຫັນດີ ເປັນເອກະພາບ ໃນການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກີລາ ປະຈຳປີ 2024 ແລະ ແຜນພັດທະນາການສຶກສາ ແລະ ກີລາ ປະຈໍາສົກຮຽນ 2025 ແລະ ເຫັນດີນໍາທິດທາງ ແລະ ມາດຕະການແກ້ໄຂບັນຫາ ແລະ ສິ່ງທ້າທາຍໃນຂະແໜງການສຶກສາ ແລະ ກີລາ ສໍາລັບປີ 2025 ທີ່ເປັນອັນລະອຽດຄື 1 ມອບໃຫ້ຂະແໜງຈັດຕັ້ງ-ພະນັກງານສົມທົບກັບຫ້ອງການສຶກສາທິການ ແລະ ກິລາເມືອງ ຄົ້ນຄ້ວາ ຊັບຊ້ອນຄູ (ຄູພາຍໃນເມືອງ ຫລື ຄູຊັ້ນອື່ນໆ..) ທີ່ເຫລືອ, ສະເໜີບໍາລຸງຄູເພື່ອໄປສອນຊັ້ນທີ່ບໍ່ພໍ ໃຫ້ແທດເໝາະ ແກ້ໄຂ ການຂາດແຄນຄູທີ່ບໍ່ພຽງພໍໃນຊັ້ນຮຽນອະນຸບານ ແລະ ປະຖົມ; ຜູ້ອໍານວຍການໂຮງຮຽນ ຕ້ອງເພີ່ມທະວີໃນການຄຸ້ມຄອງໂຮງຮຽນຕາມ 7 ໜ້າວຽກ ແລະ 3 ຂໍ້ແຂ່ງຂັນຢ່າງເຂັ້ມງວດ ຂອງກະຊວງສຶກສາທິການ ແລະ ກິລາ ວາງອອກ. ມອບໃຫ້ຫ້ອງການສຶກສາທິການ ແລະ ກິລາເມືອງ, ຜູ້ອຳນວຍການໂຮງຮຽນ ສືບຕໍ່ສິດສອນຫ້ອງຄວບ, ເພື່ອແກ້ໄຂ ການຂາດຄູ ແລະ ຊຸກຍູ້, ສ້າງເງື່ອນໄຂໃຫ້ພາກເອກະຊົນ; ມອບໃຫ້ຂະແໜງອາຊີວະ ສົມທົບກັບ ວິທະຍາໄລເຕັກນິກແຂວງວຽງຈັນ, ຫ້ອງການສຶກສາທິການ ແລະ ກີລາເມືອງ ແລະ ໂຮງຮຽນມັດທະຍົມໃນການຂະຫຍາຍຫລັກສູດສາມັນສຶກສາວິຊາຊີບ ອອກໄປສູນໂຮງຮຽນມັດທະຍົມທົ່ວແຂວງ, ບ່ອນທີ່ມີເງືອນໄຂ, ເພີ່ມການແນະແນວວິຊາຊີບໂດຍນໍາໃຊ້ທ່າແຮງຂອງອົງການຈັດຕັ້ງມະຫາຊົນໃນແຕ່ລະຂັ້ນ, ນໍາໃຊ້ສື່ຕ່າງໆເພື່ອໃຫ້ຜູ້ປົກຄອງ ແລະ ນັກຮຽນໄດ້ຮັບຮູ້ ເຂົ້າເຖິ່ງຢ່າງສະດວກ ແລະ ທັນການ; ແລະ ມອບໃຫ້ແຕ່ລະຂະແໜງການຍ່ອຍເປັນເຈົ້າການໃນການຈັດຕັ້ງປະຕິບັດວຽກຈຸດສຸມປະຈໍາປີ 2025 ຂອງຕົນເອງໃຫ້ປະກົດຜົນເປັນຈິງ.

Post a Comment

Previous Post Next Post