ພາກວິຊາໄຟຟ້າ-ເອເລັກໂຕຣນິກ-PTC

ເປີດບັ້ນສອບເສັງແຂ່ງຂັນຄັດເລືອກນັກຮຽນເກັ່ງສາຍສາມັນສຶກສາ (ປ.5, ມ.4 ແລະ ມ.7), ຖາມ-ຕອບວິທະຍາສາດ ແລະ ແຂ່ງຂັນພາກ English Speaking Contest ທົ່ວແຂວງວຽງຈັນ.

 



ພະແນກສຶກສາທິການ ແລະ ກິລາແຂວງວຽງຈັນ ໄດ້ຈັດການສອບເສັງແຂ່ງຂັນຄັດເລືອກນັກຮຽນເກັ່ງສາຍສາມັນສຶກສາ (ປ.5, ມ.4 ແລະ ມ.7) ຂຶ້ນຢ່າງເປັນທາງການ ໃນວັນທີ 07 ກຸມພາ 2025 ທີ່ ສະໂມສອນໂຮງຮຽນມັດທະຍົມສົມບູນໂພນໝີ ໂດຍການເປັນປະທານຂອງ ທ່ານ ປະລິນຍາເອກ ຄຳ ຂັນທະວີວອນ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງວຽງຈັນ, ມີ ທ່ານ ປະລິນຍາເອກ ບົວຄ່ອງ ແກ້ວອາສາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງວຽງຈັນ, ທ່ານ Dr. Linda DAEDEN ຫົວໜ້າໂຄງການບຳລຸງຄູພາສາອັງກິດ ຂອງອົງການ Elic , ທ່ານຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງຈາກ 11 ເມືອງທົ່ວແຂວງ, ຄູນຳພາ ແລະ ນັກຮຽນເກັ່ງທີ່ເປັນຕົວແທນຂອງແຕ່ລະເມືອງ ເຊີ່ງມີນັກສອບເສັງ ທັງໃນແຜນ ແລະ ນອກແຜນເຂົ້າຮ່ວມສອບເສັງ 300 ກົ່ວຄົນ.
ການສອບເສັງແຂ່ງຂັນຄັດເລືອກ ໃນຄັ້ງນີ້ມີຈຸດປະສົງ: ເພື່ອວັດ ແລະ ປະເມີນຜົນສໍາເລັດດ້ານການສິດສອນ ຂອງຄູ ແລະ ການຮຽນຂອງນັກຮຽນ; ຊຸກຍູ້ຂະບວນການແຂ່ງຂັນທາງດ້ານການຮຽນ-ການສອນ; ທັງນີ້ກໍເພື່ອປະຕິບັດ 3 ຂໍ້ແຂ່ງຂັນ ຂອງກະຊວງ ສຶກສາທິການ ແລະ ກິລາ ວາງອອກ ຄື: ສອນດີ-ຮຽນເກັ່ງ, ແຂ່ງຂັນກັນ ຕ້ານປະກົດ ການຫຍໍ້ທໍ້ໃນຂະແໜງການ ສຶກສາ ພ້ອມທັງ ແຂ່ງຂັນສ້າງສະພາບແວດລ້ອມ ທີ່ດີໃຫ້ແກ່ ການຮ່ໍາຮຽນ ແລະ ສິດສອນ, ເພື່ອສົ່ງເສີມນັກຮຽນທີ່ມີພອນສະຫວັນ ແລະ ຄວາມສາມາດໃຫ້ໄດ້ຮຽນໃນລະດັບສູງຂຶ້ນໄປເລື້ອຍໆ ແລະ ສົ່ງເສີມໃຫ້ນັກຮຽນເກັ່ງທີ່ສອບເສັງໄດ້ ທີ 1, 2 ແຕ່ລະວິຊາ ເຂົ້າໄປສອບເສັງແ































Post a Comment

Previous Post Next Post